ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ເມ​ຣິ​ກາ ເນລະເທດ​ເຈົ້າ​ໜ້າທີ່​ ການ​ທູດ ຣັດ​ເຊຍ

     ວິທະຍຸ​ກະຈາຍສຽງ ​ຫວຽດນາມ ເປີດເຜີຍ​ວັນ​ທີ 7 ຕຸລາ ວ່າ: ກະຊວງ​ການ​ຕ່າງປະເທດ ສ ອາ​ເມ​ຣິ​ກາ ໄດ້​ປະກາດ​ເນລະເທດ​ເຈົ້າ​ໜ້າ
ທີ່​ສະຖານທູດ ສ ຣັດ​ເຊຍ ປະຈຳ ວໍ​ຊິງ​ຕັນ 2 ທ່ານ​ອອກ, ເພື່ອ​ຕອບ​ໂຕ້ ເລື່ອງ​ກ່ອນ​ໜ້າ​ນັ້ນ ຣັດ​ເຊຍ ໄດ້​ເນລະເທດ​ນັກ​ການ​ທູດ ອາ​ເມ​ຣິ​ກາ 2
ທ່ານ​ອອກ​ຈາກ​ສະຖານທູດ​ຂອງ​ຕົນ ປະຈຳ ມົດ​ສະ​ກູ.

     ໂຄສົກ​ກະຊວງການ​ຕ່າງປະເທດ​ ອາ​ເມ​ຣິ​ກາ ຊີ້​ແຈ້ງວ່າ: ເພື່ອ​ຕອບ​ໂຕ້ ສະຫະພັນ​ຣັດ​ເຊຍ ເນລະເທດ​ນັກ​ການ​ທູດ​ອາ​ເມ​ຣິ​ກາ 2 ທ່ານ
ຈາກ​ສະຖານທູດ ປະຈຳ ມົດ​ສະ​ກູ ແລະ ໂຕ້​ຄືນ​ດ້ວຍ​ການ​ປະກາດ​ເນລະເທດ ເຈົ້າ​ໜ້າທີ່ 2 ທ່ານ​ຂອງ​ສະຖານທູດ ຣັດ​ເຊຍ ທີ່​ເຄື່ອນ​ໄຫວ​ຢູ່
ອາ​ເມ​ຣິ​ກາ ແມ່ນ​ສ່ວນ​ບຸກຄົນ​ບໍ່​ໄດ້​ຕ້ອນຮັບ. ສຳນັກ​ຂ່າວສານ RIA ຣັດ​ເຊຍ ໄດ້​ຢັ້ງຢືນ​ເຫດການ​ເນລະເທດ​ນີ້ ແລະ ເອີ້ນ​ວ່າ: ບໍ່​ມີ​ເຫດຜົນ
ພ້ອມ​ທັງ​ກ່າວ​ວ່າ, ວໍ​ຊິງ​ຕັນ ຖື​ເລື່ອງ​ມົດ​ສະ​ກູ ເນລະເທດ​ນັກ​ການ​ທູດ ອາ​ເມ​ຣິ​ກາ 2 ທ່ານ “ທີ່​ຖືກ​ຈັບ​ຕົວ​ຍ້ອນ​ເຂົ້າ​ຮ່ວມ​ການເຄື່ອນໄຫວ​ສືບ​
ສອດແນມ” ໃນ​ວັນ​ທີ 14 ກັນຍາ ຜ່ານ​ມາ, ແມ່ນ​ໃຊ້​ເປັນ​ຂໍ້​ອ້າງ​ອີງ​ເທົ່າ​ນັ້ນ.

     ການ​ພົວພັນ ​ອາ​ເມ​ຣິ​ກາ - ຣັດ​ເຊຍ ຕົກ​ເຂົ້າ​ສູ່​ສະພາບ​ການ​ຕົກຕ່ຳ​ທີ່​ສຸດ​ໃນ​ຮອບ 60 ປີ, ຍ້ອນ​ການ​ປະ​ທະ​ກັນ​ລະຫວ່າງ ຣັດ​ເຊຍ ກັບ
ອູ​ແກຣນ. ອາ​ເມ​ຣິ​ກາ ໄດ້​ສະໜອງ​ອາວຸດ​ທີ່​ກ້າວໜ້າ​ໃຫ້​ແກ່ ກີ​ແອບ ແລະ ຈັດ​ວາງ​ບັນດາ​ມາດ​ຕະການ​ລົງໂທດ​ຕ້ານ ຣັດ​ເຊຍ ມາ​ໂດຍ​ຕະຫຼອດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 11/10/2023